ລົງຂາວເປັນສານຄັດຫລັ່ງທີ່ມາຈາກຊ່ອງຄອດຂອງຜູ້ຍິງເປັນເລື່ອງປົກກະຕິ ແລະ ສາມາດເກີດຂຶ້ນກັບຜູ້ຍິງທຸກຄົນໄດ້
ເພາະຊ່ອງຄອດຂອງເຮົາມີຕ່ອມຕ່າງໆຫຼວງຫຼາຍທີ່ສາມາດຂັບຂອງແຫຼວອອກມາໄດ້ເຊັ່ນ: ຕ່ອມຂັບເມືອກ ຫຼື ຕ່ອມໄຂມັນ. ໃນສ່ວນຂອງຝາໜັງຊ່ອງຄອດເອງ,
ກໍສາມາດຫຼັງຂອງແຫຼວອອກມາໄດ້. ລວມທັງນ້ໍາຢູ່ໃນໂພງມົດລູກນຳ. ໂດຍສາມາດເກີດໄດ້ທັງກ່ອນ , ຫຼັງ ຫຼື ໃນລະຫວ່າງການມີປະຈໍາເດືອນ.
ຖ້າຫາກສາວໆມີອາການຕົກຂາວໃນຮູບແບບສີເໝືອກໆ, ມີສີຂາວອອກສີເຫຼືອງອ່ອນໆ, ບໍ່ມີກິ່ນ ຫຼື ມີກິ່ນສົ້ມເລັກນ້ອຍ, ແຕ່ບໍ່ເຮັດໃຫ້ເກີດອາການຄັນ.
ນັ້ນເປັນເລື່ອງປົກກະຕິ, ຕົກຂາວທີ່ບໍ່ມີອັນຕະລາຍ. ບໍ່ຕ້ອງກັງວົນເລີຍ. ສາມາດດຳລົງຊີວິດແບບປົກກະຕິໄດ້
ພຽງແຕ່ດູແລອະນາໄມບໍລິເວນພາຍນອກໃຫ້ດີ. ຢ່າປ່ອຍໃຫ້ມັນປຽກ ຫຼື ອັບຊື່ນ.

ຢ່າງໃດກໍຕາມ, ຖ້າຫາກສາວໆມີຕົກຂາວສີເຫຼືອງ ນ້ອງສາວມີກິ່ນຄາວ. ຕົກຂາວມີກິ່ນເໝັນ. ຫຼື ຕົກຂາວມີເລືອດຢູ່ໃນນັ້ນ
ນັ້ນແມ່ນອາການຂອງຄວາມຜິດປົກກະຕິທີ່ເກີດຂື້ນໃນຊ່ອງຄອດ. ທ່ານຄວນໄປພົບທ່ານໝໍທີ່ຊ່ຽວຊານດ້ານເພດຍິງ ແລະ ກວດພາຍໃນຕັ້ງແຕ່ເນີນໆ ເພື່ອຫາສາເຫດ ແລະ
ປິ່ນປົວຢາງຖືກຈຸດ. ເພື່ອວ່າມັນຈະບໍ່ໄດ້ກັບຄືນມາເປັນອີກ. ແລະ ຊ່ວຍນ້ອງສາວຂອງພວກເຮົາໃຫ້ມີສຸຂະອະນາໄມທີ່ດີ.