ລິດສີດວງທະວານ ພາຍໃນ ແມ່ນພະຍາດທີ່ພົບເຫັນໄດ້ຫຼາຍໃນປັດຈຸບັນ. ການຊອກຫາວິທີຮັກສາທີ່ມີປະສິດທິຜົນແມ່ນບັນຫາທີ່ສໍາຄັນ ເນື່ອງຈາກພະຍາດນີ້ສ້າງຄວາມລໍາຄານ ແລະ ສົ່ງຜົນກະທົບຕໍ່ສຸຂະພາບ ແລະ ຈິດໃຈຂອງຜູ້ປ່ວຍ. ທ່ານໝໍຜູ້ຊ່ຽວຊານດ້ານຮູທະວານ–ໂຮງໝໍລ້ານຊ້າງສາກົນ ຈະແບ່ງປັນວິທີປິ່ນປົວທີ່ມີປະສິດທິຜົນໃນປັດຈຸບັນ. ກະລຸນາຕິດຕາມເນື້ອຫາດ້ານລຸ່ມນີ້!

ລັກສະນະຂອງລິດສີດວງທະວານພາຍໃນ
ລິດສີດວງພາຍໃນແມ່ນຮູບແບບໜຶ່ງທີ່ພົບເຫັນຫຼາຍຂອງພະຍາດລິດສີດວງ. ມັນເກີດຈາກການຂະຫຍາຍຂອງເສັ້ນເລືອດດໍາຮອບຮູທະວານ. ລັກສະນະສໍາຄັນມີດັ່ງນີ້:
- ມັນຢູ່ຂ້າງໃນຮູທະວານ ເຮັດໃຫ້ເບິ່ງບໍ່ເຫັນດ້ວຍຕາເປົ່າ
- ຜິວຫຸ້ມຂອງລິດສີດວງແມ່ນເນື້ອເຍື່ອເມືອກຫຸ້ມຂອງທະວານ
- ບໍ່ມີເສັ້ນປະສາດຮັບຮູ້ຄວາມເຈັບ ດັ່ງນັ້ນໃນຂັ້ນຕົ້ນມັກບໍ່ເຈັບ ແລະ ຢາກກວດພົບໄດ້ຍາກ
- ພັດທະນາໄປສູ່ພະຍາດແຊກຊ້ອນ: ເລືອດອອກ, ການຍ່ອນຂອງຊ່ອງຄອດ, ການອູດຕັນ, ອັກເສບ
ການແບ່ງໄລຍະຂອງພະຍາດລິດສີດວງພາຍໃນ
ໄລຍະ 1: ຖ່າຍຫນັກມີເລືອດອອກ, ຕິ່ງລິດສີດວງຢູ່ພາຍໃນຮູທະວານຈື່ງບໍ່ສາມາດເບິ່ງເຫັນ
ໄລຍະ 2: ຫົວລິດສີດວງອອກມາເວລາຖ່າຍ ແລະ ກັບເຂົ້າໄປໄດ້ເອງ
ໄລຍະ 3: ຫົວລິດສີດວງອອກເວລາຖ່າຍ ຫຼື ເວລານັ່ງຍໍ້, ຈໍາເປັນຕ້ອງໃຊ້ມືດັນເຂົ້າ
ໄລຍະ 4: ຫົວລິດສີດວງອອກຕະຫຼອດ ແລະ ອາດຖືກບີບແຂງ ນໍາໄປສູ່ການຕາຍເນື້ອຍ, ອັກເສບ

ວິທີການຮັກສາລິດສີດວງພາຍໃນ
ການຮັກສາໃຫ້ມີປະສິດທິຜົນ ຕ້ອງກຳນົດໄລຍະຂອງພະຍາດໃຫ້ຖືກຕ້ອງ.
- ໄລຍະ 1–2: ໃຊ້ຢາ ຫຼື ວິທີການພື້ນເມືອງ
- ໄລຍະ 3–4: ຄວນຮັບການຜ່າຕັດ ຫຼື ວິທີທັນສະໄໝ
ວິທີການພື້ນເມືອງທີ່ຊ່ວຍບັນເທົາອາການ
- ແຊ່ນ້ໍາອົບອຸ່ນ
- ທານ້ໍາມັນໝາກພ້າວ
- ປະຄົບເຢັນ
- ໃຊ້ເຈວວ່ານຫາງແຂ້
- ປັບປ່ຽນອາຫານ ແລະ ນິດໄສການດຳລົງຊີວິດ
ວິທີເຫຼົ່ານີ້ຊ່ວຍຫຼຸດອາການໄດ້ ແຕ່ຕ້ອງໃຊ້ເວລາດົນກວ່າຈະເຫັນຜົນ ແລະ ບໍ່ສາມາດຮັກສາໃຫ້ຫາຍຂາດ.
ວິທີການຮັກສາທັນສະໄໝທີ່ໂຮງໝໍລ້ານຊ້າງສາກົນ
1. ຮັກສາດ້ວຍຢາ
ເໝາະສົມສໍາລັບພະຍາດໄລຍະຕົ້ນ—ແບບທາ, ແບບກິນ ຫຼື ແບບສອດ
2. ຮັກສາດ້ວຍຫັດຖະການ ແລະ ການຜ່າຕັດ
ເຫມາະສຳລັບໄລຍະ 3–4:
- ຮັດວົງຍາງ
- ຄວາມຮ້ອນອິນຟາເລດ
- ຜ່າຕັດ: HCPT, PPH
ແມ່ນວິທີທີ່ໃຫ້ຜົນສູງ ແຕ່ກໍມີຂໍ້ຈໍາກັດ ແລະ ຄ່າໃຊ້ຈ່າຍສູງ—ຈຳເປັນຕ້ອງໄດ້ຮັບຄໍາປຶກສາຈາກທ່ານໝໍ.
ຄໍາແນະນຳຈາກທ່ານໝໍ
ພະຍາດລິດສີດວງບໍ່ໄດ້ອັນຕະລາຍເຖິງຊີວິດ ແຕ່ຖ້າບໍ່ຮັກສາຕັ້ງແຕ່ຕົ້ນ ຫຼື ປ້ອງກັນຢ່າງຖືກວິທີ ອາດນຳໄປສູ່ພະຍາດແຊກຊ້ອນຮ້າຍແຮງ ແລະ ກະທົບຊີວິດປະຈໍາວັນ.
ຖ້າທ່ານມີຄໍາຖາມ ສາມາດຕິດຕໍ່ທ່ານໝໍທາງແຊດ ຫຼື ໂທ 021 752 666









