ການຜ່າຕັດລິດສິດວງລາຄາເທົ່າໃດ?

ລິດສິດວງທະວານແມ່ນກ້ອນເລືອດຂະໜາດນ້ອຍທີ່ເກີດຂື້ນເມື່ອ ຫຼອດເລືອດຮອບທະວານໜັກຖືກຍືດແລະຂະຫຍາຍຕົວ ກ້ອນເຫຼົ່ານີ້ຈະໃຫຍ່ຂື້ນເມື່ອເວລາຜ່ານໄປເນື່ອງຈາກ ໄດ້ຮັບສານອາຫານຈາກເລືອດທີ່ສະສົມໃນບໍລິເວນນັ້ນ ເມື່ອຂັບຖ່າຍ, ອາຈົມແຂງ ແລະ ຕ້ອງເບັ່ງແຮງ, ຈີ່ງສຽດສີກັບລິດສິດວງຈົນເຮັດໃຫ້ເລືອດອອກ ຫຼື ບາງຄັ້ງກ້ອນລິດສິດວງໂຜ່ອອກມາ ນອກທະວານ.ຄົນເຈັບມັກມີອາການປວດ, ຄັນ , ບໍ່ສະບາຍບໍລິເວນທະວານໜັກ ມີເລືອດໄຫຼ່ອອກມາກະຕຸ້ນໃຫ້ເກີດການບວມ ແລະ ອຸດຕັນ.
ໃນໄລຍະເລີ່ມຕົ້ນ (ໄລຍະ1-2), ຍັງສາມາດຮັກສາໄດ້ດ້ວຍຢາ.
ແຕ່ຖ້າເປັນໄລຍະ 3-4, ແນະນຳໃຫ້ຜ່າຕັດເພື່ອຮັກສາຢ່າງຖາວອນ.

ລາຄາການຜ່າຕັດລິດສິດວງເທົ່າໃດ?ລາຄາຜ່າຕັດຂື້ນກັບຫຼາຍປັດໄຈເຊັ່ນ:
- ວິທີການຜ່າຕັດ (ແບບດັ້ງເດີມ, ເລເຊີແລະອື່ນໆ).
- ໂຮງໝໍ ຫຼື ສະຖານທີ່ຜ່າຕັດ (ໃນເມືອງແພງກວ່າຊົນນະບົດ).
- ຄວາມຊ່ຽວຊານຂອງແພດໝໍ.
- ຄ່າຢາລະຫວ່າງການຜ່າຕັດ ແລະ ຫຼັງການຜ່າຕັດ.
- ຄ່າພັກພື້ນໃນໂຮງໝໍ.
- ຄ່າໃຊ້ຈ່າຍໃນກໍລະນີເກີດພາວະແຊກຊ້ອນ.
ວິທີຜ່າຕັດລິດສິດວງທີ່ນິຍົມ
1.PPH (Procedure for prolapse and hemorrhoids)
- ໃຊ້ເຄື່ອງຕັດແລ້ວຍິບອັດຕະໂນມັດ
- ເໝາະກັບລິດສິດວງພາຍໃນໄລຍະ 3-4
- ຂໍ້ດີ: ເຈັບນ້ອຍ, ເລືອດອອກນ້ອຍ, ຟື້ນຕົວໄວ, ບໍ່ຕ້ອງນອນໂຮງໝໍດົນ
- ຂໍ້ເສຍ: ລາຄາແພງ, ບໍ່ເໝາະກັບລິດສິດວງພາຍນອກ
2. HCPT (High-frequency Coagulation)

- ໃຊ້ຄື້ນຄວາມຖີ່ສູງທຳລາຍ ແລະ ຕັດລິດສິດວງໂດຍບໍ່ໃຊ້ມີດ
- ເໝາະກັບລິດສິດວງພາຍນອກ
- ຂໍ້ດີ: ແມ້ນຍຳ ເຈັບນ້ອຍ ເລືອດອອກນ້ອຍ ຟື້ນຕົວໄວ
- ຂໍ້ເສຍ: ລາຄາສູງ, ບໍ່ເໝາະກັບລິດສິດວງພາຍໃນ
3. ວິທີ Longo
- ຕັດວົງເຍື່ອບຸລຳໄສ້ຊື່ເພື່ອໃຫ້ລິສິດວງຫົດລົງ
- ຂໍ້ດີ: ເຈັບນ້ອຍ ຜ່າຕັດໄວ ຟື້ນໂຕໄວ
- ຂໍ້ເສຍ: ລາຄາສູງ, ມີຄວາມສ່ຽງຕໍ່ພາວະແຊກຊ້ອນເຊັ່ນ ຮູທະວານຕີບ ຮູຮົ່ວ ເລືອດອອກ
4. ເລເຊີ
ຜ່າຕັດຢູ່ໃສດີ ໂຮງໝໍລ້ານຊ້າງສາກົນ ສອບຖາມ ຫຼື ນັດໝາຍ
ໂຮງໝໍລ້ານຊ້າງສາກົນ ໄດ້ຮັບຄວາມນິຍົມ ແລະ ຄຳຍ້ອງໃນເລື່ອງການຜ່າຕັດ
ລິດສິດວງ ໂດຍໃຊ້ເທັກໂນໂລຍີ HCPT ແລະ PPH ມີຂໍ້ດີເຊັ່ນ

- ແພດມີປະສົບການ
- ເຄື່ອງມືທັນສະໄໝ່
- ບໍລິການເອົາໃຈໃສ່
- ລາຄາໂປ່ງໃສ ບໍ່ຄິດຄ່າໃຊ້ຈ່າຍແອບແຝງ
ຜ່າຕັດລິດສິດວງແລ້ວຫາຍຂາດບໍ່?
ການຜ່າຕັດສາມາດກຳຈັດລິດສິດວງທີ່ເປັນຢູ່ໄດ້ ແຕ່ບໍ່ຮັບປະກັນວ່າບໍ່ກັບມາເປັນຄືນອີກ
ການປ້ອງກັນບໍ່ໃຫ້ກັບມາເປັນຄືນ ຄວນ:
- ກິນອາຫານທີ່ມີໄຟເບີສູງ ດື່ມນ້ຳຫຼາຍໆ
- ບໍ່ເບັ່ງເວລາຂັບຖ່າຍ
- ອອກກຳລັງກາຍ ບໍ່ນັ່ງດົນ
- ເບີ່ງບາດແຜຜ່າຕັດຕາມຄຳແນະນຳຂອງແພດຢາງເຄັ່ງຄັດ
ໃສ່ໃຈກັບການຟື້ນຟູຫຼັງການຜ່າຕັດ ເຊີ່ງລວມກັບການເບີ່ງແຍ່ງບໍລິເວນທີ່ໄດ້ຮັບການຜ່າຕັດ ແລະ ປະຕິບັດຕາມຄຳແນະນຳ ແລະ ໃບສັ່ງຢາຂອງແພດ
ເຖິງວ່າການຜ່າຕັດລິດສິດວງທະວານຈະສາມາດກຳຈັດລິດສິດວງທະວານໄດ້ຊົ່ວຄາວ ແຕ່ຄົນເຈັບຕ້ອງໃດ້ປ່ຽນນິໃສການໃຊ້ຊີວິດ ແລະ ໃຊ້ຊີວິດທີ່ດີຕໍ່ສຸຂະພາບເພື່ອລົດຄວາມສ່ຽງຂອງການເກີດລິດສິດວງ ຊ້ຳເຮື້ອ ແລະ ເພື່ອໃຫ້ທະວານໜັກມີຄວາມຕ້ານທານ ນອກຈາກນີ້ຢ່າລືມໂທຕິດຕໍ່ສາຍດ່ວນ 021 752 666 ໂດຍໄວທີ່ສຸດ ເພື່ອນັດໝາຍປຶກສາ ແລະ ຮັບການຮັກສາ
