ວິທີປ້ອງກັນບໍ່ໃຫ້ມົດລູກເກີດການອັກເສບ
ວິທີປ້ອງກັນພະວະການອັກເສບຂອງມົດລູກ ອາດເຮັດໄດ້ດັ່ງຕໍ່ໄປນີ້.
ຖ້າໃຊ້ ຜ້າອະນາໄມແບບສອດ ແລະ ຮູ້ສຶກລະຄາຍເຄືອງ ທ່ານຄວນປ່ຽນໄປໃຊ້ຜ້າອະນາໄມປະເພດອື່ນໆ ເຊັ່ນ: ຜ້າອະນາໄມ. ເພື່ອຫຼຸດຜ່ອນການລະຄາຍເຄືອງພາຍໃນຊ່ອງຄອດທີ່ອາດຈະເຮັດໃຫ້ເກີດການອັກເສບ.
ໃຊ້ຖົງຢາງອະນາໄມທຸກຄັ້ງທີ່ມີເພດສຳພັນ ທັງນີ້ ຢາຄຸມກຳເນີດປະເພດຕ່າງໆ ບໍ່ອາດປ້ອງກັນໂລກຕິດຕໍ່ທາງເພດສຳພັນໄດ້. ຈໍາເປັນຕ້ອງໃສ່ຖົງຢາງອະນາໄມເທົ່ານັ້ນ.
ທ່ານບໍ່ຄວນ ລ້າງຢູ່ໃນຊ່ອງຄອດ. ເນື່ອງຈາກວ່າມັນອາດຈະເຮັດໃຫ້ເກີດການອັກເສບ. ແລະສາມາດສົ່ງຜົນກະທົບຕໍ່ເຊື້ອແບັກທີເຣັຍທີ່ດີຢູ່ໃນຊ່ອງຄອດ
ຖ້າພົບວ່າຕົນເອງມີຄວາມສ່ຽງຕໍ່ການເປັນພະຍາດຕິດຕໍ່ທາງເພດສຳພັນ ທ່ານຄວນໄປຫາທ່ານຫມໍເພື່ອກວດພາຍໃນແລະຮັບການປິ່ນປົວຕັ້ງແຕ່ໄລຍະທໍາອິດຂອງການຕິດເຊື້ອເພື່ອຫຼຸດຜ່ອນຄວາມສ່ຽງຕໍ່ການເປັນໂຣກ ມົດລູກອັກເສບໃນອະນາຄົດ.

ແນວໃດກໍ່ຕາມ, ວິທີປ້ອງກັນອີກວິທີໜຶ່ງທີ່ມີຄວາມສໍາຄັນເທົ່າທຽມກັນແມ່ນໃຫ້ເຮົາສັງເກດ ແລະ ເຝົ້າລະວັງຕົວເຮົາເອງ. ເພາະການທີ່ເຮົາຈະຖືພາໄດ້ນັ້ນ ສິ່ງທີ່ຜູ້ຍິງຄວນມີແມ່ນຮ່າງກາຍທີ່ແຂງແຮງ ແລະ ສົມບູນທັງພາຍໃນ ແລະ ພາຍນອກ. ຈະຂາດສີ່ງໃດສີ່ງ1ບໍໄດ້ເລີຍ. ໂດຍສະເພາະລະບົບພາຍໃນທີ່ພວກເຮົາບໍ່ຄວນລະເລີຍ. ເພາະວ່າຖ້າພວກເຮົາບໍ່ເອົາໃຈໃສ່ ນອກຈາກການບໍ່ສາມາດຖືພາໄດ້, ມັນອາດຈະເຮັດໃຫ້ເກີດພະຍາດຮ້າຍແຮງຕໍ່ພວກເຮົາໄດ້.