ປັດໃຈອັນໃດທີ່ມີຄວາມສ່ຽງ?
ປັດໃຈຕໍ່ໄປນີ້ອາດເປັນສາເຫດເຮັດໃຫ້ເກີດພາວະມົດລູກອັກເສບໄດ້ .
ມີເພດສໍາພັນກ່ອນອາຍຸ 25 ປີ
ມີຄູ່ນອນຫຼາຍຄົນ
ມີຄູ່ນອນທີ່ມີເພດສໍາພັນກັບຄົນອື່ນໃນເວລາດຽວກັນ
ມີເພດສໍາພັນໂດຍບໍ່ມີການໃສ່ຖົງຢາງອະນາໄມ.

ລັກສະນະອາການ
ສໍາລັບອາການຂອງມົດລູກທີ່ມີການອັກເສບນັ້ນ ຈະມີຕັ້ງແຕ່ອາການເລັກນ້ອຍໄປຈົນເຖິງລະດັບທີ່ມີຄວາມມຮ້າຍແຮງ, ຕົວຢ່າງ, ຄົນເຈັບອາດຈະມີອາການວິນຫົວ, ຮາກ, ຮູ້ສຶກເມື່ອຍລ້າ, ແລະອື່ນໆ, ໂດຍນອກຈາກນີ້ຍັງມີ ອາການອື່ນໆເຊັ່ນ: ຮູ້ສຶກເຈັບ ຫຼື ແສບໃນຂະນະຖ່າຍເບົາ. ມີເລືອດອອກລະຫວ່າງ ແລະຫຼັງການຮ່ວມເພດ ມີອາການຕົກຂາວຜິດປົກກະຕິເຊັ່ນ: ສີເຫຼືອງ, ສີຂຽວ, ແລະອາດຈະມີກິ່ນ. ແລະສິ່ງທີ່ຮ້າຍແຮງທີ່ສຸດແມ່ນ ເລືອດອອກທາງຊ່ອງຄອດເມື່ອບໍ່ມີປະຈຳເດືອນ.
ຄໍາແນະນໍາການປິ່ນປົວ
ສໍາລັບການປິ່ນປົວ ທ່ານຫມໍຈະປິ່ນປົວໂດຍການກວດຫາສາເຫດທີ່ແທ້ຈິງ. ພ້ອມກັບໃຫ້ຢາຮັກສາຕາມອາການ ຄົນເຈັບບາງຄົນທີ່ມີອາການຮ້າຍແຮງ ແລະ ມີອາການໂຕຊີດອາດຕ້ອງໄດ້ນອນໂຮງໝໍ.ເພື່ອ ໃຫ້ເລືອດ ແລະເບິ່ງອາການຢ່າງໃກ້ຊິດ.