ແນວທາງການປິ່ນປົວພາວະມີລູກຍາກ ສາມາດເຮັດໄດ້ແນວໃດແນ່?

ແນວທາງການປິ່ນປົວພາວະມີລູກຍາກ ສາມາດເຮັດໄດ້ແນວໃດແນ່?

ສໍາລັບຄູ່ຜົວເມຍທີ່ວາງແຜນທີ່ຈະມີລູກເມື່ອພວກເຂົາມີອາຍຸຫຼາຍຂຶ້ນ ຫຼື ຜູ້ທີ່ເຂົ້າເກນການພາາວະມີລູກຍາກ ແນະນໍາໃຫ້ກວດເພື່ອຫາສາເຫດ ແລະ ວິທີການແກ້ໄຂມັນ. ປະຈຸບັນສາມາດກວດໄດ້ທັງຍິງ ແລະ ຊາຍ. ເພື່ອຮູ້ເຖິງສາເຫດຂອງການມີລູກຍາກ.

ເມື່ອກວດປະເມີນພາວະມີລູກຍາກ  ແລ້ວພົບວ່າເຮົາ ຫຼື  ຄູ່ຮັກຂອງເຮົາ  ເຂົ້າເກນພາວະມີລູກຍາກ. ໃນປະຈຸ​ບັນມີການ  ​​ປິ່ນປົວ​ເພື່ອ​ເພີ່ມ​ໂອກາດ​ ໃນການ​ມີ​ລູກໃຫ້​ຫຼາຍ​ຂຶ້ນ​ດັ່ງ​ນີ້:

  1. IUI ຫຼື ວິທີການຊີດນໍ້າອະສຸຈິເຂົ້າໄປໃນມົດລູກ

ການຊີດນໍ້າອະສຸຈິເຂົ້າໄປໃນຊ່ອງຄອດຂອງມົດລູກ ເປັນຫນຶ່ງໃນວິທີທີ່ນິຍົມທີ່ສຸດ. ໂດຍເບິ່ງວົງຈອນທໍາມະຊາດຂອງແມ່ຍິງຫຼືວົງຈອນການຕົກໄຂ່ເພື່ອເບິ່ງວ່າມື້ໃດທີ່ນາງຕົກໄຂ່ຫຼືໄຂ່ສຸກ. ຫຼັງຈາກນັ້ນ,ຈະເລືອກຕົວຕົວອະສຸຈິທີ່ແຂງແຮງຂອງຝ່າຍຊາຍ. ໂດຍຈະສີດນໍ້າເຊື້ອອະສຸຈິ ແລະ ຕົວອະສຸຈິເຂົ້າໄປໃນມົດລູກຂອງແມ່ຍິງ. ເພື່ອໃຫ້ເຊື້ອອະສຸຈິສາມາດ ປະຕິສົນທິກັບໄຂ່ຂອງແມ່ຍິງ. ມັນເປັນວິທີທີ່ຈະເພີ່ມໂອກາດຂອງການຖືພາ.

ແນວທາງການປິ່ນປົວພາວະມີລູກຍາກ ສາມາດເຮັດໄດ້ແນວໃດແນ່?
  1. IVF/ICSI ຫຼື ເດັກຫຼອດແກ້ວ

IVF ແລະ ICSI ເປັນອີກທາງເລືອກຫນຶ່ງທີ່ຄູ່ຜົວເມຍຫຼາຍຄົນເລືອກເພື່ອການປິ່ນປົວພາວະມີລູກຍາກ ທັງສອງວິທີນີ້ຕ້ອງການຄວາມຊ່ຽວຊານຂອງທ່ານຫມໍ. ໂດຍເອົາໄຂ່ຂອງແມ່ຍິງ ແລະ ເຊື້ອອະສຸຈິຂອງຜູ້ຊາຍທີ່ແຂງແຮງອອກມາປະຕິສົນທິພາຍນອກ ດັ່ງນີ້.

IVF ເປັນການຄັດເລືອກໄຂ່ທີ່ອຸດົມສົມບູນຂອງຝ່າຍຍິງອອກມາປະຕິສົນທິກັບສະເປີມທີ່ແຂງແຮງ ຂອງຝ່າຍຊາຍເພື່ອໃຫ້ເກີດຕົວອ່ອນ. ອີກ 3-5 ມື້ຈົນກ່ວາ ຕົວອ່ອນ ແບ່ງແຊວ. ແລ້ວຄັດເລືອກ ຕົວອ່ອນ  ທີ່ສົມບູນທີ່ສຸດແມ່ນໄດ້ຖືກຄັດເລືອກ ແລະ ຖືກຈັດໃສ່ກັບເຂົ້າໄປໃນມົດລູກ. ເພື່ອໃຫ້ ຕົວອ່ອນຝັງຕົວ ແລະ ເຕີບໃຫຍ່ເປັນ ລູກໃນທ້ອງ.

ICSI ແມ່ນການປິ່ນປົວພາວະຜູ້ມີລູກຍາກ ໂດຍໃຊ້ເຕັກນິກພິເສດ. ໂດຍການຄັດເລືອກເອົາເຊື້ອອະສຸຈິທີ່ແຂງແຮງທີ່ສຸດ 1 ໂຕ, ຊີດເຂົ້າໄປໃນໄຂ່ 1 ໜ່ວຍ ຫຼັງຈາກນັ້ນ, ໄຂ່ທີ່ປະສົມແລ້ວຈະຖືກລ້ຽງຢູ່ໃນຫ້ອງທົດລອງເປັນເວລາ 3-5 ມື້, ຫຼັງຈາກນັ້ນຈະເອົາຕົວອ່ອນທີ່ສົມບູນທີ່ສຸດມາຄັດເລືອກ ແລະ ກັບຍ້າຍຄືນສູ່ມົດລູກຕໍ່ໄປ ການຂະຫຍາຍຕົວຢູ່ໃນມົດລູກຂອງແມ່ຍິງ

 

 

☎️ ปรึกษาสุขภาพ : 021 752 666

📍 ที่ตั้ง : บ้านเขาย้อย อำเภอศรีสัตตนาค

นครหลวงเวียงจันทน์ (ใกล้วัดศรีเมือง)

💡 นัดหมายออนไลน์ ลงทะเบียนฟรี รับสิทธิพิเศษในการดูแล

 

ແຊລ໌ບົດຄວາມນີ້

About the Author

You may also like these