ສາເຫດຂອງການມີລູກຍາກທີ່ເກີດຈາກຜູ້ຊາຍ
ມີຄວາມຜິດປົກກະຕິຂອງເຊື້ອອະສຸຈິ (ບໍ່ວ່າຈະເປັນດ້ານຮູບຮ່າງ, ຈຳນວນ ຫຼື ການເຄື່ອນໄຫວ)
ມີຄວາມຜິດປົກກະຕິທາງດ້ານໂຄງສ້າງ, ເຊັ່ນ: ເສັ້ນເລືອດໃນລູກອັນທະຂອດ ຫຼື ອັນທະບໍ່ຢູ່ໃນຖົງອັນທະ.
ເຄີຍມີປະຫວັດຂອງການຜ່າຕັດກ່ຽວກັບ ບໍລິເວນຖົງອັນທະ, ການອັກເສບຂອງ ອັນທະ ຫຼື ເສັ້ນເລືອດໃນອັນທະໃຫຍ່ຂື້່ນ.
ພະຍາດປະຈຳໂຕ ຫຼື ຢາບາງຊະນິດທີ່ມີຜົນກະທົບຕໍ່ການຜະລິດເຊື້ອອະສຸຈິ
ບັນຫາອື່ນໆເຊັ່ນ: ພາວະຮໍໂມນຜິດປົກກະຕິ, ເຫຼົ້າ, ຢາສູບ, ຄວາມກົດດັນ, ແລະການພັກຜ່ອນນ້ອຍ ເຮັດໃຫ້ສົ່ງຜົນຕໍ່ການມີເພດສໍາພັນ ແລະ ຈໍານວນເຊື້ອອະສຸຈິຫຼຸດລົງ.
ສາເຫດຂອງການມີລູກຍາກຂອງແມ່ຍິງ
ອາຍຸເຮັດໃຫ້ຄຸນນະພາບຂອງໄຂ່ຫຼຸດລົງ.

ເຄີຍມີປະຫວັດກ່ຽວກັບເຍື່ອໂພງມົດລູກ ປີກມົດລູກ ຫຼື ອະໄວຍະວະສືບພັນຜິດປົກກະຕິ
ຄວາມຜິດປົກກະຕິຂອງຮໍໂມນ ຫຼືການໃຊ້ຢາທີ່ມີຜົນກະທົບຕໍ່ຮໍໂມນ ມັນເຮັດໃຫ້ປະຈໍາເດືອນບໍ່ປົກກະຕິແລະການຕົກໄຂ່.
ມີຄວາມຜິດປົກກະຕິຂອງຕ່ອມ ໃຕ້ສະໝອງ ຫຼື ຕ່ອມ endocrine ອື່ນໆ
ເຄີຍມີປະຫວັດການຜ່າຕັດຂອງມົດລູກ ຫຼື ຮັງໄຂ່
ບັນຫາຄວາມກົດດັນ ຄວາມກັງວົນ ນັ້ນອາດຈະເຮັດໃຫ້ໂອກາດການຖືພາຫຼຸດລົງ.
ພາວະມີລູກຍາກທີ່ບໍ່ຮູ້ສາເຫດ ພົບເຫັນຢູ່ໃນປະມານ 10 ເປີເຊັນໃນຮ້ອຍຂອງຄູ່ຜົວເມຍທີ່ມີລູກຍາກ. ທີ່ໄດ້ຮັບການກວດສອບຫາສາເຫດຂອງທັງສອງຄົນ ແລະຝ່າຍຍິງ, ບໍ່ພົບຄວາມຜິດປົກກະຕິ
☎️ ปรึกษาสุขภาพ : 021 752 666
📍 ที่ตั้ง : บ้านเขาย้อย อำเภอศรีสัตตนาค
นครหลวงเวียงจันทน์ (ใกล้วัดศรีเมือง)
💡 นัดหมายออนไลน์ ลงทะเบียนฟรี รับสิทธิพิเศษในการดูแล