ລົງຂາວມີກິ່ນເໝັນເປັນອັນຕະລາຍບໍ?
ດັ່ງທີ່ໄດ້ກ່າວມາ, ລົງຂາວປົກກະຕິບໍ່ມີກິ່ນ. ຫຼືມີກິ່ນເໝັນອ່ອນໆ ຖ້າຕົກຂາວມີກິ່ນເໝັນອັບ, ມີກິ່ນຄາວປາ ຫຼື ມີກິ່ນເໝັນຄືກັບນົມບູດ. ນັ້ນແມ່ນສັນຍານວ່າມີບາງສິ່ງບາງຢ່າງຜິດປົກກະຕິເກີດຂື້ນຢູ່ໃນຊ່ອງຄອດ. ບໍ່ຄວນປະໄວ້ໂດຍບໍ່ໄດ້ເອົາໃຈໃສ່. ເນື່ອງຈາກວ່າມັນອາດຈະເຮັດໃຫ້ຄວາມຜິດປົກກະຕິທີ່ມີຢູ່ແລ້ວຮ້າຍແຮງຂຶ້ນ.
ເພາະສະນັ້ນ,ສາວໆທີ່ມີລົງຂາວມີກິ່ນເໝັ່ນ ສະນັ້ນ, ຈື່ງຄວນທີ່ຈະຟ້າວໄປປຶກສາແພດກ່ອນເພື່ອກວດຫາສາເຫດ. ແລະປິ່ນປົວໃຫ້ຖືກຈຸດ ເພື່ອຫຼຸດໂອກາດທີ່ຈະກັບມາເປັນຄືນອີກ.
ວິທີເບິ່ງແຍງຕົວເອງເມື່ອມີອາການລົງຂາວເປັນສີເຫຼືອງ ຫຼືຕົກຂາວສີອື່ນໆ
ເມື່ອສາວໆມີລົງຂາວເປັນສີເຫຼືອງ ຫຼືການລົງຂາວທີ່ເປັນສີອື່ນໆ ທີ່ຜິດປົກກະຕິ, ຄວນໄປພົບແພດໝໍພະຍາດຍິງເພື່ອກວດຫາສາເຫດ. ໂດຍທີ່ບໍ່ຕ້ອງເຮັດມີການ ລ້າງໃນຊ່ອງຄອດ ເພາະຈະເຮັດໃຫ້ທ່ານຫມໍວິນິດໄສໄດ້ຍາກຂື້ນ.
ຢ່າງໃດກໍຕາມ, ຖ້າບໍ່ສະດວກ, ໄປຫາ ແພດພະຍາດຍິງທັນທີ. ໃນລະຫວ່າງນັ້ນ, ໃຫ້ເຮັດຄວາມສະອາດບໍລິເວນອ້ອມຮອບນ້ອງສາວດ້ວຍນ້ໍາທຳມະດາ ແລະ ໃຊ້ຜ້າສະອາດເຊັດໃຫ້ແຫ້ງກ່ອນ. ຢ່າປ່ອຍໃຫ້ມັນຊຸ່ມຊື່ນ. ແລະ ຫຼີກເວັ້ນການຊື້ຢາມາກິນເອງ

ລົງຂາວສີເຫຼືອງຮັກສາແບບໃດ? ດີຂຶ້ນເອງບໍ?
ລົງຂາວສີເຫຼືອງ ລວມທັງລົງຂາວສີຜິດປົກກະຕິອື່ນໆ, ເກີດຂຶ້ນໄດ້ຈາກຫຼາຍສາເຫດ, ບໍ່ວ່າຈະເປັນການຕິດເຊື້ອແບັກທີເລຍ, ເຊື້ອລາ, ໄວຣັສຫຼືການຕິດເຊື້ອແມ່ກາຝາກ. ເຊິ່ງເມື່ອເກີດຂຶ້ນແລ້ວ ບໍ່ຄວນປະໄວ້ ຫຼືຊື້ຢາມາໃຊ້ເອງ ເພາະຈະເຮັດໃຫ້ການປິ່ນປົວບໍ່ຖືກຈຸດ. ເຮັດໃຫ້ມີໂອກາດກັບມາເປັນຄືນອີກເພາະອາດຈະພັດທະນາໄປສູ່ພະຍາດທີ່ຮ້າຍແຮງເຊັ່ນ: ມະເຮັງປາກມົດລູກ.
ສາວໆທີ່ມີລົງຂາວຜິດປົກກະຕິ ຄວນໄປຫາ ໝໍພະຍາດຍິງເພື່ອກວດເບິ່ງສາເຫດຂອງຕົ້ນຕໍ. ແລະເຮັດການປິ່ນປົວຢາງຖືກຈຸດ ຊີ່ງທ່ານໝໍຈະແນະນຳໃຫ້ປັບນິໄສການດຳລົງຊີວິດ ແລະ ເບິ່ງແຍງນ້ອງສາວຢາງເໝາະສົມ. ເຊີ່ງຈະຫຼຸດໂອກາດກັບມາເປັນຄືນອີກ.