ສີຂອງລົງຂາວທີ່ບອກເຖີງຄວາມຜິດປົກກະຕິ

ສີລົງຂາວອື່ນໆ ທີ່ບອກເຖິງຄວາມຜິດປົກກະຕິໄດ້

ນອກຈາກການລົງຂາວທີ່ເປັນສີເຫຼືອງ ຍັງມີສີອື່ນໆຂອງການລົງຂາວທີ່ບົ່ງບອກເຖິງຄວາມຜິດປົກກະຕິດັ່ງນີ້:

ລົງຂາວມີເລືອດປົ່ນ

ລົງຂາວມີເລືອດປົນ ຫຼື ເບິ່ງເປັນສີບົວ ມັນເປັນການຕົກຂາວທີ່ພົບເຫັນຢູ່ໃນແມ່ຍິງທີ່ຫາກໍ່ເກີດລູກ. ມັນອາດຈະເກີດຈາກການຫລັ່ງຂອງ ເຍື່ອໂພງມົດລູກ ແນວໃດກໍ່ຕາມ, ຖ້າເປັນຂອງແຫຼວທີ່ຄ້າຍລົງຂາວ, ມີເລືອດປົ່ນ ຫຼື ເປັນເລືອດສີແດງສົດ. ຫຼື ເລືອດສີເຂັ້ມເກົ່າອາດຈະເປັນສັນຍານຂອງມະເຮັງປາກມົດລູກ. ທ່ານຄວນໄປປຶກສາ ແພດພະຍາດຍິງທັນທີ.

ລົງຂາວມີສີນ້ຳຕານ.

ໃນກໍລະນີທີ່ມີລົງຂາວພຽງແຕ່ມີສີນ້ໍາຕານ ແລະ ພົບຫຼັງຈາກທີ່ມີປະຈໍາເດືອນ ມັນອາດຈະເປັນສາເຫດມາຈາກຜະໜັງມົດລູກລອກຕົວຊ້າ. ເຊີ່ງ​ເປັນ​ສັນ​ຍານ​ຂອງມົດ​ລູກ​ເລີ່ມ​ຍ່ອນຄ້ອຍ​ຈາກ​ການທີ່ອາ​ຍຸ​ເພີ່ມ​ຂຶ້ນ​.

ແນວໃດກໍ່ຕາມ, ຖ້າລົງຂາວມີສີນ້ຳຕານກັບ ມີຟອງ, ລົງຂາວມີກິ່ນເໝັນອັບ. ແລະ ປັດສະວະແລ້ວແສບຄັນ ອາດເກີດຈາກຊ່ອງຄອດລະຄາຍເຄື່ອງ. ມັນເປັນອາການລົງຂາວຜິດປົກກະຕິທີ່ຄວນຈະປຶກສາກັບ ແພດພະຍາດຍິງ- ທັນທີ.

ລົງຂາວສີຂຽວ ຫຼືສີເຫຼືອງປົ່ນສີຂຽວ

ສີຂອງລົງຂາວທີ່ບອກເຖີງຄວາມຜິດປົກກະຕິ

ເປັນລົງຂາວທີ່ເກີດຈາກການຕິດເຊື້ອແບັກທີເລຍ. ຫຼືຕິດເຊື້ອແມ່ກາຝາກ ມັນຈະມີສີເຫຼືອງແກມສີຂຽວຫຼືສີຂຽວມີກິ່ນເໝັນຄາວປາ ແລະ ໃນບາງກໍລະນີອາດຈະມີອາການຄັນ. ແລະເຈັບແສບໃນເວລາຖ່າຍເບົາ

ລົງຂາວໜາ, ເປັນກ້ອນ

ອາດເກີດຈາກການຕິດເຊື້ອລາ. ແລ້ວປະໄວ້ຈົນກວ່າມັນຈະເຮັດໃຫ້ເກີດອາການລົງຂາວ. ຮ່ວມກັບປາກກັບຊ່ອງຄອດ, ມີກ້ອນບວມ, ແດງ, ມີອາການຄັນຢູ່ບໍລິເວນອະໄວຍະວະເພດ. ແລະຮູ້ສຶກເຈັບປວດໃນຂະນະທີ່ມີເພດສໍາພັນ

ລົງຂາວເປັນນ້ຳ

ໃນກໍລະນີທີ່ລົງຂາວເປັນນ້ຳແຫຼວໃສໆ ຫຼາຍໆ ກັບ ເປັນຟອງ, ມັນອາດຈະເກີດຈາກການຕິດເຊື້ອພະຍາດຈຳພວກ . (Trichomonas)

ລົງຂາວສີຂີ້ເຖົ່າ

ເປັນໜື້ງໃນລັກສະນະຂອງລົງຂາວທີ່ຜິດປົກກະຕິທີ່ເກີດຈາກການຕິດເຊື້ອແບັກທີເລຍ. ມັກມາພ້ອມກັບກິ່ນເໝັນອັບ. ຫຼື ກິ່ນມັກເກີດຈາກ 3 ສາເຫດຫຼັກຄື: ການມີເພດສຳພັນໂດຍບໍ່ມີການປ້ອງກັນດ້ວຍຖົງຢາງອະນາໄມ. ການນໍາໃຊ້ ນ້ຳຢາລ້າງຊ່ອງຄອດຊ່ອງຄອດ ຫຼືໄດ້ຮັບຢາຕ້ານເຊື້ອຢ່າງຕໍ່ເນື່ອງເປັນເວລາດົນນານ

ແຊລ໌ບົດຄວາມນີ້

About the Author

You may also like these