ສີຂອງລົງຂາວບອກຫຍັງແນ່?

ລັກສະນະການຕົກຂາວປົກກະຕິ

ສີຂາວຫຼໃສ, ບໍ່ມີກິ່ນເໝັນ ແຕ່ການຕົກຂາວທີ່ຜິດປົກກະຕິຈະມີກິ່ນເໝັນ, ມີສີທີ່ແຕກຕ່າງ, ແລະມີອາການຄັນ ແລະແສບບໍລິເວນປາກຊ່ອງຄອດ ແລະ ເປັນຕົ້ນ.

 

ຕົກຂາວສີຫຍັງທີ່ຜິດປົກກະຕິ?

 

ຕົກຂາວສີຂາວຄີມ

 

ລັກສະນະ/ອາການ:ຕົກຂາວສີຂາວຂຸ້ນ, ໜາ, ໜຽວ, ມີອາການຄັນ, ແສບຮ້ອນ ຫຼື ເຈັບໃນເວລາຖ່າຍ ຫຼືໃນເວລາມີເພດສຳພັນ.

ສາເຫດ: ການຕິດເຊື້ອຈາກເຊື້ອລາ.

ຕົກຂາວສີເຫຼືອງ

 

ລັກສະນະ/ອາການ: ມີສີເຫຼືອງໃສ ຫຼື ສີເຫຼືອງເຂັ້ມ, ມີອາການຄັນ, ມີກິ່ນເໝັນຄືນົມບູດ. ເມື່ອຍ່ຽວມີອາການຄັນແສບ.

ສາເຫດ: ການຕິດເຊື້ອຈາກເຊື້ອແບັກທີເຣັຍຫຼັງຈາກການມີເພດສໍາພັນ, ຕິດເຊື້ອລາ, ຫຼື ຕິດເຊື້ອໄວຣັດ.

ຕົກຂາວສີຂຽວ

 

ລັກສະນະ/ອາການ: ມີສີຂຽວເຂັ້ມ ຫຼື ສີເຫຼືອງ, ມີອາການຄັນຊ່ອງຄອດ, ມີກິ່ນຄາວ ແລະ ມີອາການຄັນ.

ສາເຫດ: ຕິດເຊື້ອຈາກແບັກທີເຣຍ. ຫຼື​​ຕິດ​ເຊື້ອ​ໂດຍ​ການ​ຕິດ​ຕໍ່​ທາງ​ເພດສຳພັນ​, ເຊັ່ນ​: ໜອງໃນ

ຕົກຂາວສີນ້ຳຕານ

ສີຂອງລົງຂາວບອກຫຍັງແນ່?

ລັກສະນະ/ອາການ: ຕົກຂາວແບບມີເລືອດປົນ. ຈົກາຍເປັນລົງຂາວສີນໍ້າຕານ, ມີໂຟມ, ມີກິ່ນເໝັນ, ແລະຍ່ຽວມີອາການຄັນແສບ.

ສາເຫດ: ການຕົກຄ້າງປະຈໍາເດືອນທີ່ຊ່ອງຄອດຫຼັງຈາກຫມົດປະຈໍາເດືອນ. ມີຄວາມສ່ຽງຕໍ່ການເປັນເນື້ອງອກ ຫຼືມະເຮັງປາກມົດລູກ.

ຕົກຂາວສີບົວໄດ້

 

ລັກສະນະ/ອາການ: ມີສີບົວອ່ອນໆ ເພາະມີເລືອດປົນຢູ່ໜ້ອຍໜຶ່ງ. ມີອາການແສບຄັນ.

ສາເຫດ: ມັກພົບໃນແມ່ຍິງທີ່ຫາກໍ່ເກີດລູກ. ເກີດຈາກການລອກຂອງເຍື່ອໂພງມົດລູກ.

ຕົກຂາວສີຂີ້ເຖົ່າ

 

ລັກສະນະ/ອາການ: ເລີ່ມອອກສີຂາວຂຸ້ນ . ແລ້ວກາຍເປັນສີເທົາ, ມີກິ່ນເໝັນ, ແລະ ມີກິ່ນຄາວ.

ສາເຫດ: ການຕິດເຊື້ອແບັກທີເຣັຍຫຼັງຈາກມີເພດສໍາພັນ. ການສ່ວນຊ່ອງຄອດ ຫຼື ການຮັບຢາຕ້ານເຊື້ອຕໍ່ເນື່ອງ

ຕົກຂາວມີຟອງ

 

ລັກສະນະ/ອາການ: ລົງຂາວມີຟອງ, ສີໃສ ອາດເກີດຈາກຟອງອາກາດ. ມີອາການແສບຄັນເມື່ອຖ່າຍເບົາ.

ສາເຫດ: ການຕິດເຊື້ອ ທີໂຄໂມນາສ ໃນຊ່ອງຄອດຜ່ານການຮ່ວມເພດສຳພັນ.

ແຊລ໌ບົດຄວາມນີ້

About the Author

You may also like these