ສີຂອງຕົກຂອງ ບັນຫາທີ່ຜູ້ຍິງຄວນສັ່ງເກດ

ຕົກຂາວ  ເປັນຂອງເເຫຼວທີ່ອອກຈາກຊ່ອງຄອດ. ມັນເປັນອາການຂອງແມ່ຍິງໃນໄວຈະເລີນພັນ. ຈະມີການປ່ຽນແປງຮໍໂມນແຕກຕ່າງກັນໄປຕາມຮອບວຽນປະຈໍາເດືອນ. ໂດຍລົງຂາວປົກກະຕິສາມາດສັງເກດໄດ້ໂດຍ ລົງຂາວ ບໍ່ມີກິ່ນ ແລະບໍ່ມີອາການຄັນ

ແຕ່ບາງຄັ້ງຕົກຂາວໃນຊ່ອງຄອດສາມາດບົ່ງບອກເຖິງຄວາມຜິດປົກກະຕິໄດ້ເຊັ່ນກັນ. ບໍ່ວ່າຈະເປັນເລື່ອງສີ ຫຼື ກິ່ນ. ຫຼືອາດຈະເປັນສັນຍານເຕືອນໄພຂອງພະຍາດຮ້າຍແຮງ. ແລະເປັນເງື່ອນໄຂທີ່ຜູ້ຍິງບໍ່ຄວນເບິ່ງຂ້າມ.

 

ສາເຫດຂອງການຕົກຂາວຜິດປົກກະຕິ

 

ໂດຍສາເຫດຕົ້ນຕໍມັກຈະມາຈາກການຕິດເຊື້ອ ໄດ້ແກ່ ແບັກທີເຣັຍ, ເຊື້ອລາ, ພະຍາດຕິດຕໍ່ທາງເພດສໍາພັນ, ແລະອື່ນໆ, ສາເຫດອື່ນໆນອກເຫນືອຈາກການຕິດເຊື້ອແມ່ນເນື້ອງອກ, ມະເຮັງ, ສີ່ງຜິດປົກກະຕິຢູ່ໃນຊ່ອງຄອດ.

 

ອາການທີ່ສະແດງໃຫ້ເຫັນການຕົກຂາວຜິດປົກກະຕິ

 

ໄດ້ແກ່  ມີກິ່ນເໝັນ, ມີກິ່ນຄາວ, ສີທີ່ປ່ຽນເປັນສີເຫຼືອງ, ສີຂຽວ, ສີເທົາ, ມີເລືອດປົນຢູ່ ຫຼື ມີອາການອື່ນໆເຊັ່ນ: ອາການຄັນ, ໄຂ້, ເຈັບທ້ອງ, ແສບຮ້ອນບໍລິເວນຊ່ອງຄອດ.

ສີຂອງຕົກຂອງ ບັນຫາທີ່ຜູ້ຍິງຄວນສັ່ງເກດ

ສີຂອງຕົກຂາວບອກແນວຫຍັງ?

 

ຕົກຂາວສີຂາວ ຫຼືສີຄີມ, ຄ້າຍຄືສີຂອງເປືອກໄຂ່ ຕົກຂາວມີສີຂາວຊັດເຈນ ແລະບໍ່ມີກິ່ນ ເປັນລັກສະນະທົ່ວໄປຂອງລົງຂາວທີ່ຫລັງອອກມາເພື່ອຫຼໍ່ລື່ນ ແລະ ໃຫ້ຄວາມຊຸ່ມຊື່ນກັບຊ່ອງຄອດ. ແຕ່ລົງຂາວທີ່ຜິດປົກກະຕິ ຈະມີສີທີ່ແຕກຕ່າງຈາກກ່ອນ, ມີກິ່ນແລະມີລັກສະນະເປັນກ້ອນຫນາ.

ຕົກຂາວສີຂຽວອ່ອນ  ຕົກຂາວມີສີຂຽວ, ຫຼືສີຂຽວອອກເຫຼືອງ. ພ້ອມກັບມີອາການຄັນ ແລະມີກິ່ນເໝັນ ບົ່ງບອກເຖິງການຕິດເຊື້ອແບັກທີເລຍໃນຊ່ອງຄອດ. ຫຼືການຕິດເຊື້ອຈາກການມີເພດສໍາພັນ

ຕົກຂາວເປັນສີບົວ, ຕົກຂາວເປັນສີບົວ ຫຼືສີບົວອ່ອນໆ ອາດຈະເປັນສັນຍານຂອງການຈະມີຮອບປະຈໍາເດືອນຫຼື ເກີດຈາກການລອກລຸດຂອງເຍື່ອໂພງມົດລູກ. ເຊິ່ງມັກຈະພົບເຫັນຫຼັງຈາກເກີດລູກ ບາງຄັ້ງເອີ້ນວ່ານ້ຳຄາວປາ.

ລົງຂາສີຂີ້ເຖົ່າ ເປັນສັນຍານເຕືອນຂອງການຕິດເຊື້ອແບັກທີເລຍ. ເກີດຈາກການອັກເສບຂອງຊ່ອງຄອດ ແລະປາກມົດລູກ. ເຊີ່ງອາດເກີດຈາກການຕິດເຊື້ອທາງເພດສຳພັນ. ເຊີ່ງມັກຈະມີອາການອື່ນນຳເຊັ່ນ: ອາການຄັນ, ມີກິ່ນແຮງ, ຫຼື ອາດມີຮອຍແດງບໍລິເວນປາກຊ່ອງຄອດ.

ຕົກຂາວສີນ້ຳຕານ ຕົກຂາວສີນ້ຳຕານ ຫຼືຕົກຂາວທີ່ມີເລືອດປົ່ນສ່ວນຫຼາຍມັກເກີດຈາກການມີປະຈຳເດືອນຕົກຄ້າງ. ແຕ່ກໍອາດເປັນສັນຍານເຕືອນຂອງບັນຫາສຸຂະພາບເຊັ່ນ: ການຕິດເຊື້ອໃນບໍລິເວນປາກມົດລູກ ເລືອດນອກຈາກນີ້, ຖ້າມີອາການເຈັບທ້ອງນ້ອຍເຊັ່ນດຽວກັນ. ອາດຈະເກີດມາຈາກການຝັງຕົວຂອງ ຕົວອອ່ນ. ບາງຄັ້ງເອີ້ນວ່າ ເລືອດລ້າງໜ້າເດັກ ຫຼືມີການຖືພາ ນອກມົດລູກ

ຄວາມຜິດປົກກະຕິຂອງຕົກຂາວ

ສາ​ມາດ​ເກີດ​ຂຶ້ນໄດ້​ໃນ​ທຸກ​ໄວ​, ຈາກ​ເດັກ​ນ້ອຍ​ເຖິງ​​ຜູ້​ໃຫຍ່​. ໃນໄວເດັກ, ມັນອາດຈະເກີດມາຈາກສີ່ງແປກປ້ອມທີ່ເດັກໃສ່ເຂົ້າໄປໃນຊ່ອງຄອດ. ຮ່ວມກັບບັນຫາທີ່ເກີດຈາກການລ່ວງລະເມີດທາງເພດໄດ້ ໃນກຸ່ມອາຍຸຈະເລີນພັນ, ເລື່ອງຄວາມຜິດປົກກະຕິຂອງລົງຂາວເປັນເລື່ອງທີ່ເກີດຂື້ນໄດ້ຕະຫຼອດ.  ວິທີການສັງເກດໃນຜູ້ສູງອາຍຸ ໂດຍປົກກະຕິ, ຮ່າງກາຍຜະລິດ ຮໍໂມນເອັນໂທເຈັນຫນ້ອຍລົງ, ເຊິ່ງສົ່ງຜົນໃຫ້ລົງຂາວຫຼຸດລົງ. ແຕ່ຖ້າຜູ້ສູງອາຍຸຄົນໃດມີລົງຂາວໃນຊ່ອງຄອດເພີ່ມຂຶ້ນ ຫຼື ຫຼາຍເກີນໄປ ອາດສະແດງໃຫ້ເຫັນເຖິງຄວາມຜິດປົກກະຕິທີ່ເກີດຂຶ້ນໄດ້.

 

ພະຍາດທີ່ມາພ້ອມກັບການຕົກຂາວຜິດປົກກະຕິ

 

ສິ່ງທີ່ບໍ່ຄວນເບິ່ງຂ້າມ ຖ້າມີຕົກຂາວຜິດປົກກະຕິເກີດຂຶ້ນຊ້ຳໆ ຕະຫຼອດ ຢ່ານີ່ງນອນໃຈ ເພາະວ່າວ່າອາການດັ່ງກ່າວອາດຈະເຮັດໃຫ້ເກີດການອັກເສບຂອງປີກມົດລູກ, ທໍ່ ນຳສົ່ງໄຂອຸດຕັນ ເກີດພາວະມີລູກຍາ. ເພີ່ມຄວາມສ່ຽງຕໍ່ການຖືພານອກມົດລູກ ຫຼື ມີກ້ອນຝີ ໜອງໃນປີກມົດລູກ.

ແຊລ໌ບົດຄວາມນີ້

About the Author

You may also like these