ລົງຂາວຫຼາຍອັນຕະລາຍບໍ່?

ລົງຂາວຜິດປົກກະຕິໃນຜູ້ຍິງໃນໄວເຕີບໂຕ

 

ລົງຂາວຜິດປົກກະຕິ ເປັນອາການສ່ວນໃຫຍ່ບໍ່ສະບາຍຈະມາພົບແພດທາງພະຍາດຍິງ  ໂດຍປົກກະຕິລັກສະນະຂອງລົງຂາວຈະມີສີໃສຫຼືຂາວຂຸ້ນເລັກນ້ອຍ  ບໍ່ມີກີ່ນ  ສັງເກດອາການບົ່ງບອກວ່າລົງຂາວຜິດປົກກະຕິໄດ້ຈາກ

 

+ ສີ ປ່ຽນຈາກສີຂາວເປັນສີຂຽວ ເຫຼືອງ ຂາວ ເທົາ  ຫຼື  ມີສີແດງ ເນືອງຈາກມີເລືອດປົ່ນ

+ ກິ່ນ ກິ່ນເໝັ້ນຄ່າຍກຸ້ງເນົ່າ  ຫຼື  ມີກີ່ນຄາວ

+ ມີລັກສະນະເປັນຟ່ອງ

+ ຄັນບໍລິເວນຊ່ອງຄອດ  ຫຼື  ອະໄວຍະວະເພດ

+ ແສບທີອະໄວຍະວະເພດ

 

ໂລກທີ່ມາພ້ອມລົງຂາວຜິດປົກກະຕິ

ລົງຂາວຫຼາຍອັນຕະລາຍບໍ່?

1, ເຊື້ອລາໃນຊ່ອງຄອດ ລົງຂາວຈະມີລັກສະນະສີຂາວຂຸ້ນເປັນກ້ອນໆ  ອອກມາຈຳນວນຫຼາຍ ບາງຄັ້ງອາດມີສີຂຽວຈາກການຕິດເຊື້ອແບກທີເລຍນຳ

ອາການທີ່ເປັນລັກສະນະເດັ່ນຄື ຄັນບໍລິເວນຊ່ອງຄອດ ຫຼື ອະໄວຍະວະເພດ

ບາງອາການເກົາຈົນເກີດເປັນບາດແຜ ເຮັດໃຫ້ແສບເວລາຂັບຖ່າຍ ຖ່າຍເບົາ ຫຼື ເວລາຖືກນ້ຳ

ໃນກໍລະນີທີ່ມີບາດນຳ ອາດຈະຕ້ອງກວດຫາໂລກຕິດເຊື້ອຈາກການມີເພດສຳພັນນຳ ເຊັ່ນ: ເລີມ ເປັນຕົ້ນ

2, ເຊື້ອແບກທີເລີຍໃນຊ່ອງຄອດ  ລົງຂາວຈະມີລັກສະນະເປັນສີຂຽວ ກີ່ນຄາວ ບໍ່ຄັນ  ບໍ່ມີອາການແສບຊ່ອງຄອດ

3, ເຊື້ອພະຍາດໃນຊ່ອງຄອດ ລົງຂາວມີລັກສະນະສີຂາວເທົາ  ກວດພົບການອັກເສບທີ່ຊ່ອງຄອດ ແລະ ປາກມົດລູກ

4, ໂລກຕິດເຊື້ອຈາກການມີເພດສຳພັນ ເຊັ່ນ ເລີມ ສ່ວນຫຼາຍຈະມີອາການເຈັບ ແສບ ຄັນ ມີຕຸມບາດທີ່ອະໄວຍະວະເພດ ຮ່ວມກັບຍ່ຽວແສບຂັດ ບາງເທື່ອອາດຈະມີໄຂ້ນຳ

 

ລົງຂາວຫຼາຍຜິດປົກກະຕິ ຢ່າປ່ອຍຖີ້ມໄວ້!!!

 

ແຊລ໌ບົດຄວາມນີ້

About the Author

You may also like these