ຜ່າຕັດກະຊັບຊ່ອງຄອດ ຄືການຜ່າຕັດຟື້ນຟູຊ່ອງຄອດ ເປັນອີກວິທີໜຶ່ງໃນການປິ່ນປົວຝາຜະນັງຊ່ອງຄອດ ຫຼື ພາວະຊ່ອງຄອດຫລວມ ເຮັດໃຫ້ມີກ້ອນໂຜ່ອອກມາ ບໍລິເວນປາກຊ່ອງຄອດ ເຊີ່ງອາດຈະເກີດຈາກລຳໄສ້ດັນຜະນັງຊ່ອງຄອດທາງດ້ານຫລັງ ຫຼື ຜະນັງຊ່ອງຄອດທາງໜ້າ ທີ່ຫຍ່ອນອອກມາ ເຊີ່ງສາເຫດເກີດຈາກໂຄງສ້າງຕ່າງໆ ທີ່ຄໍ້າທ້ອງນ້ອຍນັ້ນເສື່ອມໂຕລົງ.ສາເຫດບາງຢ່າງໄດ້ແກ່:
• ອາຍຸຫຼາຍຂື້ນ, ການຄອດລູກຫຼາຍຄົນ ຫຼື ໃຊ້ເວລາໃນການຄອດດົນ ແລະ ມີການຊວ່ຍເຫຼືອອື່ນໆໃນການຄອດ, ຖອກທ້ອງຊໍາເຮື້ອ ແລະ ມີການເບັ່ງດົນໆ.
• ເກີດຈາກການຕັດມົດລູກ ເພາະການຕັດມົດລູກ ເຮັດໃຫ້ມີການທຳລາຍໂຄງສ້າງຕ່າງໆ ລວມທັງເອັນ ແລະ ເນື້ອເຍື່ອທີ່ຢູ່ອ້ອມໆ ປາກໝົດລູກ.
• ມີເພດສຳພັນຢ່າງຕໍ່ເນື່ອງ ເປັນໄລຍະເວລາດົນ, ມີພາວະນໍ້າໜັກເກີນ, ການຍົກຂອງໜັກເປັນປະຈຳ.ການຜ່າຕັດກະຊັບຊ່ອງຄອດສາມາດແກ້ປັນຫາຕ່າງໆເຊັ່ນ:
• ກ້າມເນື້ອບໍລິເວນຊ່ອງຄອດຫຍ່ອນຍານ ແລະ ກວ້າງຂື້ນຫຼັງການຄອດລູກ, ຊ່ອງຄອດຂາດຄວາມກະຊັບ.
• ປັນຫາລະບົບທາງເດີນອາຫານ (ລຳໄສ້) ກ່ຽວກັບການຖ່າຍໜັກ ເຊັ່ນ: ຖ່າຍລຳບາກ, ກັ້ນປັດສະວະບໍ່ຢູ່, ປັດສະວະຊືມ.
• ການຫຍອ່ນຍານຂອງມົດລູກ ທີ່ເຮັດໃຫ້ເກີດແຜປາກມົດລູກຊໍາເຮື້ອ ແລະ ອາດເປັນສາເຫດຂອງມະເຮັງປາກມົດລູກໄດ້.
• ອາການມີສຽງລົມອອກຈາກຊ່ອງຄອດ ຂະນະມີເພດສຳພັນ, ອາການຮອດຈຸດສຸດຍອດຍາກ ຫຼື ບໍ່ຮອດເລີຍເວລາມີເພດສຳພັນ, ປັນຫາມີກ້ອນບໍລິເວນປາກຊ່ອງຄອດ.
• ອາການປວດທ້ອງນ້ອຍຂະນະເພດສຳພັນ, ອາການຖອກທ້ອງຊໍາເຮື້ອ, ອາການກັ້ນຕົດບໍ່ຢູ່.
