ຫູດຫອນໄກ່ເກີດຂຶ້ນໄດ້ແນວໃດ?

ຫູດຫອນໄກ່ເກີດຂຶ້ນໄດ້ແນວໃດ?

ສາເຫດຂອງພະຍາດຫູດຫອນໄກ່ ມັນແມ່ນທີ່ອະໄວຍະວະເພດຂອງຄົນເຈັບຕິດເຊື້ອໄວຣັດ papillomavirus  (HPV). ບາງຊະນິດເຮັດໃຫ້ເກີດຕຸ່ມຕາມຜິວໜັງ.

ບາງຊະນິດເຮັດໃຫ້ເກີດຕຸ່ມໃນອະໄວຍະວະເພດ. ສາຍພັນບາງຊະນິດເພີ່ມຄວາມສ່ຽງຂອງມະເຮັງຈະເລີນພັນ (ເຊັ່ນ: ມະເຮັງປາກມົດລູກ) ແລະມະເຮັງຮູທະວານ.

ປະມານ 90% ຂອງຫູດຫອນໄກ່ນັ້ນ ເກີດຈາກສາຍພັນຍ່ອຍ HPV 6, ແລະ 11, ເຊິ່ງມີໂອກາດເຮັດໃຫ້ເກີດມະເຮັງຂ້ອນຂ້າງຕ່ຳ, ຊະນິດຂອງ

HPV ທີ່ເພີ່ມໂອກາດທີ່ຈະເປັນມະເຮັງໃນລະບົບສືບພັນແລະທໍ່ອາຈົມແມ່ນ HPV 16, ແລະ 18.

ເມື່ອຜິວໜັງໄດ້ຮັບເຊື້ອ/ຕິດເຊື້ອ HPV ຜ່ານຮອຍຂັດຕາມຜິວໜັງ. ມັນຈະມີໄລຍະເວລາ ການຟັກຕົວສໍາລັບພະຍາດທີ່ອາການອາດຈະບໍ່ປາກົດເປັນເວລາຫຼາຍເດືອນຫຼືຫຼາຍປີ.

ເຊິ່ງໃນເວລາທີ່ໄລຍະເວລາ ການຟັກຕົວ ໄດ້ຜ່ານໄປ ເຊື້ອໄວຣັສຈະແບ່ງອອກຫຼາຍຂື້ນ. ນີ້ສົ່ງຜົນໃຫ້ເກີດການສ້າງຈຸລັງທີ່ຜິດປົກກະຕິໃນຜິວຫນັງ.

ໂດຍທົ່ວໄປແລ້ວ ຮ່າງກາຍຈະສາມາດກໍາຈັດເຊື້ອໄວຣັສນີ້ດ້ວຍຕົວມັນເອງ. ບາງສ່ວນຂອງເຊື້ອໄວຣັສບໍ່ໄດ້ຖືກກໍາຈັດ. ແລະຖ້າມັນເປັນເຊື້ອໄວຣັສທີ່ຮຸນແຮງ ມີໂອກາດທີ່ຈະເກີດມະເຮັງໃນສະຖານທີ່ທີ່ຕິດເຊື້ອນັ້ນ.

ຫູດຫອນໄກ່ເກີດຂຶ້ນໄດ້ແນວໃດ?

ແຫຼ່ງຂອງເຊື້ອ HPV ສາມາດພົບໄດ້ໂດຍການສຳພັດຕິດຕໍ່ໂດຍຕົງ . ຄືທາງເພດສໍາພັນກັບຜູ້ທີ່ຕິດເຊື້ອໄວຣັດນີ້ ສໍາລັບຫູດຫອນໄກ່,

ນັ້ນເຖິງແມ່ນເປັນເຊື້ອໄວຣັສຊະນິດດຽວກັນກັບຫູດທົ່ວໄປ, ມັນແມ່ນເຊື້ອໄວຣັສ HPV, ແຕ່ການຕິດເຊື້ອຕົ້ນຕໍ ແມ່ນການຕິດຕໍ່ທາງເພດສໍາພັນ

ການໃຊ້ສີ່ງຂອງຮ່ວມກັນ ເຊັ່ນ ຫ້ອງນ້ໍາຈະບໍ່ເຮັດໃຫ້ຕິດຫູດຫອນໄກ່ໄດ້.

ແຊລ໌ບົດຄວາມນີ້

About the Author

You may also like these