ສາເຫດຂອງພາວະມີລູກຍາກ

ສາເຫດຂອງພາວະມີລູກຍາກ

ໃນນີ້ ຈະຂໍແບ່ງສາເຫດຂອງພາວະມີລູກຍາກອອກເປັນ 2 ສ່ວນຄື: ສາເຫດຈາກຝ່າຍຍິງ ແລະ ສາເຫດຈາກຝ່າຍຊາຍ ດັ່ງນີ້.

1.ສາເຫດມາຈາກຝ່າຍຍິງ

ອາຍຸເພີ່ມຂຶ້ນ ປະສິດທິພາບການເຮັດວຽກຂອງຮວຍໄຂ່ຫຼຸດລົງຕາມ. ໂອກາດການມີລູກຂອງແມ່ຍິງເລີ່ມຫຼຸດລົງຢ່າງໄວວາຈາກອາຍຸ 37 ປີ ແລະຶເກືອບຈະເປັນໄປບໍ່ໄດ້ເມື່ອອາຍຸ 45 ປີຈະຖືພາໄດ້.

ຄວາມຜິດປົກກະຕິໃນຮວຍໄຂ່ເຊັ່ນ: ມີເນື້ອງອກ ຫຼື ມີກ້ອນຊີດໃນຮັງໄຂ່.

ຄວາມຜິດປົກກະຕິຂອງມົດລູກເຊັ່ນ: ມີເນື້ອງອກ ຫຼື ມີພາວະເຍື່ອໂພງມົດລູກຈະເລີນຜິດທີ່. (Endometriosis)

ຮໍໂມນເຮັດວຽກຜິດປົກກະຕິເຊັ່ນ: ການຜະລິດຮໍໂມນບໍ່ພຽງພໍເພື່ອສ້າງຈຸລັງໄຂ່.

ທໍ່ ມົດລູກ ເສຍຫາຍ

ຕ່ອມ ບໍ່ມີທໍ່ເຮັດວຽກຜິດປົກກະຕິ ປະກອບມີຕ່ອມ ໃຕ້ສະໝອງ, ຕ່ອມ ໝວດໄຕ້, ແລະຕ່ອມ ໄທຮອຍ.

ມີພະຍາດປະຈຳໂຕ ຫຼື ພະຍາດຕິດຕໍ່ທາງເພດສຳພັນເຊັ່ນ: ພະຍາດເບົາຫວານ, ພະຍາດຫົວໃຈ, ການຕິດເຊື້ອ Chlamydia ພະຍາດປີກມົດລູກອັກເສບ, ໜອງໃນ, ເຊັ່ນດຽວກັນກັບພະຍາດທາງພັນທຸກໍາເຊັ່ນ: ໂຣກ Down ແລະຄວາມຜິດປົກກະຕິຂອງ ໄທຮອຍ. ຮັງໄຂ່ຢຸດເຮັດວຽກກ່ອນໄວອັນຄວນ.

ລະບົບພູມຕ້ານທານເຮັດວຽກຜິດປົກກະຕິ.

ມີປະຫວັດການຫຼຸລູກຫຼາຍກວ່າ 2 ຄັ້ງ ໂດຍບໍ່ຮູ້ສາເຫດ

ມີປະຫວັດຂອງການຜ່າຕັດ ບໍລິເວນປີກມົດລູກ ທີ່ຜ່ານມາ

ຄວາມກົດດັນ ເປັນໂລກຊຶມເສົ້າ.

ສາເຫດຂອງພາວະມີລູກຍາກ

ພຶດຕິກໍາທີ່ມີຄວາມສ່ຽງເຊັ່ນການອະນາໄມອະໄວຍະວະເພດບໍທົ່ວເຖິງ ຫຼື ການເຮັດຄວາມສະອາດບໍ່ພຽງພໍ. ໃຊ້ຢາເສບຕິດເປັນເວລາດົນນານ ດື່ມເຫຼົ້າເປັນປະຈໍາ, ສູບຢາ, ເຮັດວຽກກັບສານເຄມີ ການນໍາໃຊ້ຢາຂ້າແມງໄມ້

2.ສາເຫດມາຈາກຝ່າຍຊາຍ

ການຜະລິດເຊື້ອອະສຸຈິຜິດປົກກະຕິ

ເສັ້ນລຳລ້ຽງນ້ຳເຊື້ອອະສຸຈິຂະຫຍາຍໃຫຍ່ອອກ (Varicocele)

ຄຸນນະພາບຂອງເຊື້ອອະສຸຈິລົດລົງເຊັ່ນ: ຮູບຮ່າງຜິດປົກກະຕິ ການເຄື່ອນໄຫວນ້ອຍ

ພະຍາດທາງພັນທຸກໍາເຊັ່ນ: ພະຍາດອັນທະບິດ

ຄວາມກົດດັນ ເປັນໂລກຊຶມເສົ້າ.

ພາວະຮໍໂມນເພດຕ່ໍາ (hypogonadism)

ລະບົບພູມຕ້ານທານເຮັດວຽກຜິດປົກກະຕິ.

ມີພະຍາດປະຈຳໂຕ ຫຼື ພະຍາດຕິດຕໍ່ທາງເພດສຳພັນເຊັ່ນ: ພະຍາດເບົາຫວານ, ພະຍາດຕັບ, ພະຍາດໝາກໄຂ່ຫຼັງ, ພະຍາດໜອງໃນ, ຕ່ອມອະໄວຍະວະເພດ. ຕ່ອມລູກໝາກອັກເສບ ລວມທັງພະຍາດທາງພັນທຸກໍາເຊັ່ນ: ໂຣກ Down.

ຄວາມຜິດປົກກະຕິຂອງອະໄວຍະວະເພດຕັ້ງແຕ່ເກີດ, ເຊັ່ນ: ຈຸລັງທີ່ຜະລິດເຊື້ອອະສຸຈິບໍ່ຈະເລີນເຕີບໂຕຕາມອາຍຸຂອງຄົນ.

ມີປະຫວັດຂອງການຜ່າຕັດໃນ ບໍລິເວນຖົງອັກທະ ເນື່ອງຈາກອັນທະອັກເສບຂອງ

ພຶດຕິກໍາທີ່ມີຄວາມສ່ຽງ, ເຊັ່ນການໃສ່ຊຸດຊັ້ນໃນທີ່ຮັດແຫນ້ນເກີນໄປ ການເຮັດຫມັນດ້ວຍການຜ່າຕັດທໍ່ທໍ່ ໃຊ້ຢາເສບຕິດເປັນເວລາດົນນານ ດື່ມເຫຼົ້າເປັນປະຈຳ, ສູບຢາ ແລະ ເບິ່ງແຍງບໍລິເວນອະໄວຍະວະເພດຢ່າງຜິດວິທີ. ວຽກງານທີ່ກ່ຽວຂ້ອງກັບສານເຄມີ ການນໍາໃຊ້ຢາຂ້າແມງໄມ້

ແຊລ໌ບົດຄວາມນີ້

About the Author

You may also like these