ຢາປົວພະຍາດຊ່ອງຄອດອັກເສບຈາກເຊື້ອແບັກທີເຣັຍ

ຢາປົວພະຍາດຊ່ອງຄອດອັກເສບຈາກເຊື້ອແບັກທີເຣັຍ

ການປິ່ນປົວຊ່ອງຄອດອັກເສບຈາກການຕິດເຊື້ອແບັກທີເລຍ ມີທັງການກິນຢາຕ້ານເຊື້ອຫຼືຢາສອດດັ່ງນີ້.

ຢາກິນປິ່ນປົວ

Metronidazole ຫຼື Clindamycin ແມ່ນມີຄວາມນິຍົມຫຼາຍເພາະວ່າພວກມັນມີຄວາມສາມາດຂ້າເຊື້ອໂປໂຕຊົວ ແລະ ເຊື້ອແບັກທີເຣັຍປະເພດອື່ນໆ ໃນຢາງຫນຶ່ງ ແຕ່ຄວນເລືອກພຽງຢາງໃດຢາງໜື່ງ.

ຢາທາສຳເພາະທີ່ ຫຼື ຢາສອດ

Metronidazole gel

ຄີມ Clindamycin

ການໃຊ້ຢາດັ່ງກ່າວ ຈໍາເປັນຕ້ອງໄດ້ຮັບການວິນິດໄສພະຍາດກ່ອນ. ເພື່ອໃຫ້ໄດ້ຮັບການປິ່ນປົວທີ່ເຫມາະສົມ ສອດຄ້ອງກັບພະຍາດ ແລະການປິ່ນປົວຄວນຈະຢູ່ພາຍໃຕ້ການຊີ້ນໍາຂອງແພດຜູ້ຊ່ຽວຊານເພາະວ່າຢາຕ່າງໆມີຜົນຂ້າງຄຽງ.

ຂໍ້ມູນອ້າງອີງກ່ຽວກັບຢາຮັກສາຈາກ ຄະນະແພດສາດ ມະຫາວິທຍາໄລ

ການ​ປ້ອງ​ກັນ​ແລະ​ການ​ດູ​ແລບໍ່ໃຫ້ຕິດເຊື້ອ​ຊ້ຳຊ້ອນ

ຢ່າລືມວ່າ! ເຖິງແມ່ນວ່າຫຼັງຈາກການປິ່ນປົວໃຫ້ຫາຍດີແລ້ວ, ມັນກໍສາມາດກັບເປັນຄືນໄດ້. ຖ້າທ່ານມີພຶດຕິກໍາທີ່ມີຄວາມສ່ຽງທີ່ນໍາໄປສູ່ການຕິດເຊື້ອໃນຊ່ອງຄອດຂອງເຊື້ອແບັກທີເຣັຍອີກເທື່ອຫນຶ່ງ, ທ່ານຄວນເບິ່ງແຍງສຸຂະອະນາໄມຂອງທ່ານ. ແລະເລີ່ມປ່ຽນພຶດຕິກຳ ເພື່ອປ້ອງກັນການຂະຫຍາຍຕົວຂອງເຊື້ອແບັກທີເຣັຍດັ່ງຕໍ່ໄປນີ້:

ຢາປົວພະຍາດຊ່ອງຄອດອັກເສບຈາກເຊື້ອແບັກທີເຣັຍ

ງົດການມີເພດສຳພັນຈົນກວ່າຈະຫາຍດີ.

ເອົາຄູ່ນອນຂອງເຈົ້າໄປກວດຫາການຕິດເຊື້ອ. ເພື່ອ​ປິ່ນ​ປົວ​ໄປພ້ອມກັນ​

ເມື່ອປິ່ນປົວຫາຍດີແລ້ວ ທຸກໆຄັ້ງທີ່ທ່ານມີເພດສໍາພັນ, ທ່ານຄວນໃສ່ຖົງຢາງອະນາໄມ.

ງົດດື່ມເຫຼົ້າໃນເວລາປິ່ນປົວ.

ເບິ່ງແຍງສຸຂະອະນາໄມ ອະນາໄມນ້ອງສາວເປັນປະຈຳ  ດ້ວຍສະບູອ່ອນໆ ແລະນໍ້ າທຳມະດາ.

ບໍ່ລ້າງພາຍໃນຊ່ອງຄອດ

ຫ້າມ​ໃສ່​ເສື້ອ​ຜ້າ​ຊ້ຳ​ແລ້ວ​ຊ້ຳ​ອີກ ແລະ ຮັດ​ແໜ້ນຈົນ​ເກີນ​ໄປ.

ຫຼີກເວັ້ນການໃສ່ຜ້າອະນາໄມເປັນປະຈໍາ.

ຢ່າກິນຢາຕ້ານເຊື້ອເລື້ອຍໆ ໂດຍບໍ່ຈຳເປັນ

ສໍາລັບແມ່ທີ່ຖືພາ ແນະນໍາໃຫ້ກວດຫາເຊື້ອແບັກທີເຣັຍກຸ່ມ B ໜອງໃນ ແລະ ພາວະຊ່ອງຄອດອັກເສບເຊື້ອແບັກທີເຣັຍ. ຕັ້ງແຕ່ເລີ່ມຕົ້ນຂອງການຖືພາ ເພື່ອຫຼຸດຜ່ອນພາວະແຊກຊ້ອນ

ແຊລ໌ບົດຄວາມນີ້

About the Author

You may also like these