ຊ່ອງຄອດຕິດເຊື້ອແບກທີເລຍຈົນອັກເສບ

ຊ່ອງຄອດຕິດເຊື້ອແບັກທີເຣັຍຈົນອັກເສບ ແລະ ຈະເກີດຫຍັງຂຶ້ນ? ສັງເກດອາການໄດ້ແນວໃດ?

ບັນຫາທົ່ວໄປທີ່ຜູ້ຍິງແບບເຮົາບໍ່ສາມາດຫຼີກລ່ຽງໄດ້: ລົງຂາວຜິດປົກກະຕິ, ມີກິ່ນເໝັນ, ຄັນ ແລະ ລະຄາຍເຄືອງ. ຈົນເຮັດໃຫ້ຮູ້ສຶກເສຍຄວາມໝັ້ນໃຈ. ແລະ ຍັງເປັນຫ່ວງກັບສາເຫດຕ່າງໆ ທີ່ເຮັດໃຫ້ເກີດອາການເຫຼົ່ານີ້ ແລະ ສາເຫດໜຶ່ງທີ່ເຮັດໃຫ້ເກີດອາການຄັນນ້ອງສາວ ແລະ ອາການລະຄາຍເຄືອງແມ່ນເກີດຈາກຊ່ອງຄອດອັກເສບຈາກຄວາມບໍ່ສົມດຸນຂອງເຊື້ອແບັກທີເຣັຍ (Bacterial Vaginosis) ເຊິ່ງມີໂອກາດເກີດຂຶ້ນໄດ້ກັບທຸກຄົນ ເຖິງແມ່ນວ່າບໍ່ເຄີຍມີເພດສໍາພັນກໍຕາມ.

ສະນັ້ນເລື່ອນລົງແລະອ່ານບົດຄວາມນີ້. ເພື່ອກວດເບິ່ງລັກສະນະອາການຊ່ອງຄອດອັກເສບຈາກເຊື້ອແບັກທີເລຍ ເປັນຢາງໃດ?  ສາເຫດມາຈາກຫຍັງແນ່?  ລວມທັງວິທີການຮັກສາໃຫ້ດີ.

ບົດຄວາມນີ້ໄດ້ຮັບການກວດສອບຂໍ້ມູນທາງການແພດຊ່ຽວຊານດ້ານການຈະເລີນພັນ.

ລັກສະນະອາການຊ່ອງຄອດອັກເສບ ຈາກເຊື້ອແບັກທີເຣັຍ

ຊ່ອງຄອດອັກເສບຈາກການຕິດເຊື້ອແບັກທີເລຍ ອາດສະແດງອາການໄດ້ຫຼາຍວິທີ,  ທີ່ພົບເຫັນຫຼາຍທີ່ສຸດສຸດປະກອບມີ:

ຊ່ອງຄອດຕິດເຊື້ອແບກທີເລຍຈົນອັກເສບ

ລົງຂາວຜິດປົກກະຕິ

ລົງຂາວປ່ຽນເປັນສີຂີ້ເຖົ່າ ຫຼື ສີຂຽວ

ລົງຂາວມີສີຂາວຂຸ້ນ.

ລົງຂາວມີກິ່ນເໝັນ ມັກຈະມີກິ່ນແຮງຂື້ນ ຫຼັງຈາກມີເພດສຳພັນ

ລົງຂາວເປັນຟ່ອງ, ໄຫຼອອກມາຄືກັບປັດສະວະ.

ອາການຄັນ ແລະ ແສບຮ້ອນຢູ່ໃນຊ່ອງຄອດ ແລະ ບໍລິເວນຢູ່ຈຸດຊ້ອນເລັ້ນ

ຍ່ຽວແສບຂັດໃນຂະນະຖ່າຍເບົາ

ຮູ້ສຶກເຈັບໃນເວລາມີເພດສຳພັນ

ເລືອດອອກຫຼັງຈາກມີເພດສຳພັນທີ່ມາຈາກປາກມົດລູກອັກເສບ

ອາການເຫຼົ່ານີ້ຍັງຊີ້ໃຫ້ເຫັນເຖີງ ບັນຫາເຊື້ອລາໃນຊ່ອງຄອດ ຫຼື ບາງຄົນອາດຈະບໍ່ມີອາການເຫຼົ່ານີ້ເລີຍ ດັ່ງນັ້ນ, ພວກເຮົາແນະນຳໃຫ້ທ່ານໄປກວດພະຍາດຕິດຕໍ່ທາງເພດສຳພັນ. ເພື່ອຮູ້ຄວາມສ່ຽງເບື້ອງຕົ້ນ ແລະ ໄດ້ຮັບຄໍາແນະນໍາຈາກຜູ້ຊ່ຽວຊານ

ແຊລ໌ບົດຄວາມນີ້

About the Author

You may also like these