ໃນກໍລະນີທີ່ຈຳເປັນຕ້ອງເຮັດການຜ່າຕັດໜັງຫຸມປາຍ
ໂດຍປົກກະຕິເມື່ອເກິດມາ 96% ຂອງເດັກຜູ້ຊາຍຈະມີການຍຶດເກາະຂອງໜັງຫຸມປາຍ ຢາງໃດກໍຕາມ ເມື່ອເດັກນ້ອຍອາຍຸ 3-5 ປີ ໜັງຫຸມປາຍ ແລະ
ຫົວຈະລອກອອກເພື່ອເພີຍໃຫ້ເຫັນຫົວຂອງອະໄວຍະວະເພດຊາຍອອກສູ່ພາຍນອກ ໃນກໍລະນີ ທີເດັກອາຍຸ 5 ປີ ແຕ່ໜັງຫຸມປາຍຍັງຕືງ ແຄບ ແລະ
ໜັງຫຸມປາຍຫຸມອະໄວຍະເພດ ຖືວ່າເປັນໂລກທີຕ້ອງໄດ້ດູແລ ແລະ ຮັກສາ ໂດຍສະເພາະ ;
ຄວາມຍາວຂອງໜັງຫຸມປາຍຫົວອະໄວຍະເພດ: ເປັນພາວະທີ່ໜັງຫຸມປາຍ ຫຸມອະໄວຍະວະເພດຊາຍ
ສົ່ງຜົນໃຫ້ປາຍຫົວຍື່ນອອກມາ ແມ້ວ່າອະໄວຍະວະເພດຊາຍຈະແຂງຕົວກໍຕາມ
ເປັນພາວະທີໜັງຫຸມປາຍ ປາຍຕຶງ ແລະ ຫົດຕົວຂອງອະໄວຍະວະເພດຊາຍ ເຮັດໃຫ້ບໍສາມາດຍືນອອກມາໄດ້ ຫາກຜູ້ຊາຍ
ໃຊ້ມືດຶງໜັັງຫຸມປາຍອອກ ອາດເຮັດໃຫ້ເກີດອາການປວດ ແລະ ມີເລືອດອອກໄດ້

ໃນທັງ 2 ກໍລະນີ ທີກ່າວມາຂ້າງເທິງນັ້ນ ມີ 2 ວິທີໃນການແກ້ໄຂປັນຫາດັ່ງນີ້:
ການຂະຫຍາຍໜັງຫຸມປາຍ ໃຊ້ກັບເດັກທີມີອາຍຸ 5-8 ປີ
ການຂະລິບ ໃຊ້ກັບເດັກທີອາຍຸຫຼາຍກວ່າ 9 ປີຂື້ນໄປ ແລະ ຜູ້ຊາຍຜູ່ໃຫຍ່ ຈື່ງສະຫຼຸບໄດ້ວ່າ ການຮັກສາ
ໜັງຫຸມປາຍ ຈະໃຊ້ກັບກໍລະນີເດັກຜູ້ຊາຍອາຍຸຫຼາຍກວ່າ9 ປີ ແລະ ຈ່ອຍບາງ
ຢາງໃດກໍຕາມ ຜູ້ຊາຍຫຼາຍຄົນສົງໄສວ່າການຜ່າຕັດໜັງຫຸມປາຍ ມີປະໂຫຍດຫຼາຍຕໍ່ສຸຂະພາບ ສຳລັບຜູ້ຊາຍແທ້ ຫຼື ບໍ່?
ການຜ່າຕັດເພື່ອເອົາໜັງຫຸມປາຍຂອງອະໄວຍະວະເພດຊາຍ ( ສ່ວນເກີນ ) ອອກໄປ ເພື່ອໃຫ້ໜັງຫຸມປາຍຂອງອະໄວຍະວະເພດຊາຍເປີດ
ເຮັດໃຫ້ງ່າຍຕໍ່ການເຮັດຄວາມສະອາດ ສາມາດລ້າງສິ່ງສົກກະປົກ ຈາກສານຄັດຫລັ່ງ ເຊັ່ນ: ຄາບເຫງື່ອ ຄາບຍ່ຽວ ທີ່ໝັກໝົນຢູ່ຕາມບໍລິເວນ
ປາຍໜັງຫຸມປາຍ ອະໄວຍະວະເພດ ຊື່ງເປັນສູນລວມຂອງເຊື້ອໂລກ ສາມາດເຮັດຄວາມສະອາດໄດ້