ການຜ່າຕັດລິດສິດວງລາເທົ່າໃດ?

ລິດສິດວງທະວານແມ່ນກ້ອນເລືອດຂະໜາດນ້ອຍທີ່ເກີດຂື້ນເມື່ອ ຫຼອດເລືອດຮອບທະວານໜັກຖືກຍືດແລະຂະຫຍາຍຕົວ ກ້ອນເຫຼົ່ານີ້ຈະໃຫຍ່ຂື້ນເມື່ອເວລາຜ່ານໄປເນື່ອງຈາກ ໄດ້ຮັບສານອາຫານຈາກເລືອດທີ່ສະສົມໃນບໍລິເວນນັ້ນ ເມື່ອຂັບຖ່າຍ, ອາຈົມແຂງ ແລະ ຕ້້ອງເບັ່ງແຮງ, ຈີ່ງສຽດສີກັບລິດສິດວງຈົນເຮັດໃຫ້ເລືອດອອກ ຫຼື ບາງຄັ້ງກ້ອນລິດສິດວງໂຜ່ອອກມາ ນອກທະວານ.ຄົນເຈັບມັກມີອາການປວດ, ຄັນ , ບໍ່ສະບາຍບໍລິເວນທະວານໜັກ ມີເລືອດໄຫຼ່ອອກມາກະຕຸ້ນໃຫ້ເກີດການບວມ ແລະ ອຸດຕັນ.
ໃນໄລຍະເລີ່ມຕົ້ນ (ໄລຍະ1-2), ຍັງສາມາດຮັກສາໄດ້ດ້ວຍຢາ.
ແຕ່ຖ້າເປັນໄລຍະ 3-4, ແນະນຳໃຫ້ຜ່າຕັດເພື່ອຮັກສາຢ່າງຖາວອນ.

ລາຄາການຜ່າຕັດລິດສິດວງເທົ່າໃດ?ລາຄາຜ່າຕັດຂື້ນກັບຫຼາຍປັດໄຈເຊັ່ນ:
- ວິທີການຜ່າຕັດ (ແບບດັ້ງເດີມ, ເລເຊີແລະອື່ນໆ).
- ໂຮງໝໍ ຫຼື ສະຖານທີ່ຜ່າຕັດ (ໃນເມືອງແພງກວ່າຊົນນະບົດ).
- ຄວາມຊ່ຽວຊານຂອງແພດໝໍ.
- ຄ່າຢາລະຫວ່າງການຜ່າຕັດ ແລະ ຫຼັງການຜ່າຕັດ.
- ຄ່າພັກພື້ນໃນໂຮງໝໍ.
- ຄ່າໃຊ້ຈ່າຍໃນກໍລະນີເກີດພາວະແຊກຊ້ອນ.