ອາການລິດສິດວງທະວານ ບາງຄົນກໍຄັນ ແລະ ປະກົດອອກ, ແຕ່ສຳລັບບາງຄົນກໍບໍໄດ້ປະກົດ. ຄວາມເຂົ້າໃຈອາການບັນເທົາອາການຄັນ ເບື່ອງຕົ້ນ, ຄືເອົາກົ້ນແຊ່ນ້ຳອຸ່ນແຊ່ນ້ຳປະສົມກັບດ່າງທັບທິມ. ແຕ່ນັ້ນແມ່ນວິທີການບົວລະບັດ ແລະ ບັນເທົາອາການຮອຍບາດລິດສິດວງ. ແຕ່ມັນບໍ່ແມ່ນການປິ່ນປົວສໍາລັບຕົ້ນເຫດ.
ວິທີການນໍາໃຊ້ ດ່າງທັບທິມ ເພື່ອບັນເທົາອາການຄັນ ປິ່ນປົວພະຍາດ ລິດສິດວງ
ປະສົມດ່າງທັບທີມ ກັບນ້ໍາອຸ່ນເພື່ອເຮັດໃຫ້ສີອ່ອນລົງໃນກະຊາມແລະນັ່ງຢູ່ໃນນ້ໍາອຸ່ນນີ້ສໍາລັບ 15-20 ນາທີກ່ອນຫຼືຫຼັງຈາກຖ່າຍ.

ວິທີການໃຊ້ຢາ ເນັບ ປິ່ນປົວພະຍາດ ລິດສິດວງ
ປະຈຸບັນ, ຢາເນັບລິດສິດວງມີຢູ່ຕາມຮ້ານຂາຍຢາທົ່ວໄປ. ປຶກສາແພດແລະອ່ານວິທີການໃຊ້ຢາ ເນັບ ຢ່າງຖືກຕ້ອງ. ວິທີໃຊ້ຢາເນັບ ລິດສິດວງຄື : ນອນຕະແຄງ, ຍົກຂາຂຶ້ນ, ແລະ ສອດຢາເນັບ. ເອົາຢາໃສ່ເຂົ້າໄປ 1 ນິ້ວ ແລະນອນຊື່ໆ 15 ນາທີ ເພື່ອປ້ອງກັນບໍ່ໃຫ້ຢາເນັບຫຼຸດອອກ. (ເນັບຢາແລ້ວລ້າງມືໃຫ້ສະອາດ)
ຕັ້ງຢູ່: ບ.ເກົ້າຍອດ, ມ.ສີສັດຕະນາກ, ຂ.ນະຄອນຫຼວງວຽງຈັນ
ເບີໂທຕິດຕໍ່: 021 752 666
WhatsApp: 020 9303 2254